ລາຍລະອຽດຂ່າວ

ພິທີຕ້ອນຮັບນັກຮຽນເກັ່ງລະດັບຊາດ ກໍຄື ທ້າວ ທິນນະກອນ ບຸບຜາວົງ ທີ່ສາມາດຍາດໄດ້ຫຼຽນທອງ🥉ໃນວິຊາພາສາລາວ-ວັນນະຄະດີ ປະຈໍາສົກຮຽນ 2025-2026

12 ພຶດສະພາ 2026

news image

ໃນຕອນເຊົ້າຂອງວັນທີ 27 ເມສາ 2026 ໂຮງຮຽນ ມ.ປາຍພອນສະຫວັນ ທີ່ນະຄອນປາກເຊ ແຂວງຈໍາປາສັກໄດ້ຈັດພິທີຕ້ອນຮັບນັກຮຽນເກັ່ງລະດັບຊາດ ກໍຄື ທ້າວ ທິນນະກອນ ບຸບຜາວົງ ທີ່ສາມາດຍາດໄດ້ຫຼຽນທອງ🥉ໃນວິຊາພາສາລາວ-ວັນນະຄະດີ ປະຈໍາສົກຮຽນ 2025-2026 ຜົນສຳເລັດອັນດີເລີດນີ້ ແມ່ນເປັນກຽດສັກສີ ແລະ ຄວາມພາກພູມໃຈຢ່າງສູງຂອງໂຮງຮຽນ, ຄູອາຈານ ແລະ ນັກຮຽນທັງໝົດຂອງໂຮງຮຽນພວກເຮົາ ພ້ອມທັງເປັນຫຼັກຖານໃນການພັດທະນາຄຸນນະພາບການສຶກສາຂອງໂຮງຮຽນ. ໂຮງຮຽນຂໍຊື່ນຊົມ ແລະ ຍ້ອງຍໍຊົມເຊີຍຄວາມ ພາກພຽນພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງນັກຮຽນລວມທັງການທຸ່ມເທຂອງຄູອາຈານໃນການສີດສອນ ແລະ ການສະໜັບສະໜູນຈາກຜູ້ປົກຄອງ. ຂໍໃຫ້ ທ້າວ ທິນນະກອນ ບຸບຜາວົງສືບຕໍ່ພັດທະນາຄວາມຮູ້ຄວາມສາມາດ ແລະ ສ້າງຜົນງານດີໆຕໍ່ໄປໃນອະນາຄົດ 💐ຂໍສະແດງຄວາມຍິນດີອີກຄັ້ງ! 👏

← ກັບຄືນ