ຂ່າວປະຊາສໍາພັນ
ໃຜສົນໃຈລົງທະບຽນສອບເສັງແບບອອນລາຍ ສາມາດລົງໄດ້ຕາມລິງນີ້ເດີ
ໃຜສົນໃຈລົງທະບຽນສອບເສັງແບບອອນລາຍ ສາມາດລົງໄດ້ຕາມລິງນີ້ເດີ
ອ່ານຕໍ່...ແຈ້ງການ ເຖິງ ຜູ້ປົກຄອງ ແລະ ນ້ອງໆ ນັກຮຽນ ທີ່ມີຄວາມສົນໃຈຢາກເສັງເຂົ້າ ຮຮ ມ.ປາຍພອນສະຫວັນ ໃນສົກຮຽນ 2026-2027 ໃຫ້ໄປລົງທະບຽນຕາມແຈ້ງການນີ້ເດີ ຂໍຂອບໃຈ
ແຈ້ງການ ເຖິງ ຜູ້ປົກຄອງ ແລະ ນ້ອງໆ ນັກຮຽນ ທີ່ມີຄວາມສົນໃຈຢາກເສັງເຂົ້າ ຮຮ ມ.ປາຍພອນສະຫວັນ ໃນສົກຮຽນ 2026-2027 ໃຫ້ໄປລົງທະບຽນຕາມແຈ້ງການນີ້ເດີ ຂໍຂອບໃຈ
ອ່ານຕໍ່...ໂຮງຮຽນ ມປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ ປະກາດພະນັກງານ(ຄຸ້ມຄອງ-ນຳພາ)ອອກພັກການ-ຮັບອຸດໜູນບໍານານ ພ້ອມແຕ່ງຕັ້ງວ່າການແທນຜູ້ບໍລິຫານໃໝ່.
ໃນວັນທີ 1 ກໍລະກົດ 2026 ນີ້, ໂຮງຮຽນ ມປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ (ມປພ) ໄດ້ຈັດພິທີປະກາດພະນັກງານການນຳ(ຄຸ້ມຄອງ-ນຳພາ)ອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງຕຳແໜ່ງວ່າການແທນຜູ້ລິຫານໃໝ່ຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ, ມີຫົວໜ້າສຶກສາທິການ ແລະ ກິລານະຄອນປາກເຊ, ຄະນະອຳນວຍການໂຮງຮຽນອ້ອມຂ້າງ, ສະມາຄົມພໍ່ແມ່ນັກຮຽນ, ການຈັດຕັ້ງໂຮງຮຽນພາກສ່ວນເອກະຊົນ ພ້ອມດ້ວຍຄູ-ອາຈານ ແລະ ຄອບຄົວເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີໄດ້ຜ່ານດຳລັດ ແລະ ຂໍ້ຕົກລົງຕ່າງໆ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນອອກຮັບອຸດໜູນບຳນານ ຕາມລະບຽບການຂອງ ສປປ ລາວ ເຊິ່ງມີຜົນສັກສິດຕັ້ງແຕ່ວັນທີ 1 ກໍລະກົດ 2026 ເປັນຕົ້ນໄປ ຈຳນວນ 4 ທ່ານ (ຍິງ 2 ທ່ານ) ຄື:ທ່ານ ຫົງຄຳ ອຸໄທວົງ (ອາຍຸ 60 ປີ): ຕຳແໜ່ງ ຜູ້ອຳນວຍການ (ອາຍຸການ 44 ປີ, ເປີເຊັນບຳນານ 85%),ທ່ານ ນາງ ໜູຝິ່ນ ເຜົ່າສີພັນດອນ (ອາຍຸ 61 ປີ): ຕຳແໜ່ງ ຮອງຜູ້ອຳນວຍການ (ອາຍຸການ 41 ປີ, ເປີເຊັນບຳນານ 85%),ທ່ານ ແສງອາລຸນ ແສງດີຍະວົງ (ອາຍຸ 61 ປີ): ຕຳແໜ່ງ ຫົວໜ້າໜ່ວຍງານໄອຊີທີ (ອາຍຸການ 30 ປີ, ເປີເຊັນບຳນານ 75%),ທ່ານ ນາງ ຈັນເພັງ ວົງສະຫວັດ (ອາຍຸ 58 ປີ): ຕຳແໜ່ງ ຫົວໜ້າໜ່ວຍງານຄຸ້ມຄອງນັກຮຽນ (ອາຍຸການ 35 ປີ, ເປີເຊັນບຳນານ 80%) ໂອກາດນີ້, ທັງ 4 ທ່ານ ໄດ້ຮັບກຽດເຂົ້າຮັບວັດຖຸປັດໄຈ ແລະ ໃບຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ ເພື່ອຈົດຈຳ ແລະ ສັນລະເສີນຄຸນງາມຄວາມດີ ທີ່ໄດ້ທຸ່ມເທສະຕິປັນຍາ, ຄວາມຮູ້ ຄວາມສາມາດ ເຂົ້າໃນພາລະກິດພັດທະນາການສຶກສາ ແລະ ກິລາ ຕະຫຼອດໄລຍະການປະຕິບັດໜ້າທີ່. ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມເປັນເອກະພາບໃນການບໍລິຫານງານ, ພິທີໄດ້ປະກາດແຕ່ງຕັ້ງ ທ່ານ ເກດ ແສງດາວ ຮອງຜູ້ອຳນວຍການໂຮງຮຽນ ຂຶ້ນດຳລົງຕຳແໜ່ງເປັນວ່າການແທນຜູ້ອຳນວຍການໂຮງຮຽນ ມປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ ເພື່ອນຳພາ-ຊີ້ນຳວຽກງານການຮຽນ-ການສອນສືບຕໍ່ໄປ. ໃນຕອນທ້າຍ, ທ່ານ ວຽງນະຄອນ ບົວລະພັນ ໄດ້ໃຫ້ກຽດໂອລົມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ອະວຸໂສ ທີ່ໄດ້ເຮັດຫຼ້ອນໜ້າທີ່ຢ່າງຈົງຮັກພັກດີ ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານຊຸດໃໝ່ ຍຶດໝັ້ນທິດນຳຂອງ ພັກ-ລັດ ດັ່ງນີ້: ຮັກສາມູນເຊື້ອ ແລະ ເປັນແບບຢ່າງສືບສານແບບແຜນວິທີເຮັດວຽກອັນດີງາມ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເຮັດວຽກຢ່າງມີວິທະຍາສາດ ແລະ ມີແຜນການລະອຽດ,ປະຕິຮູບສູ່ລະບົບດິຈິຕອນ ເອົາໃຈໃສ່ປັບປຸງລະບົບການສຶກສາ ໂດຍຫັນເຂົ້າສູ່ລະບົບເທັກໂນໂລຊີ (IT) ໃຫ້ທັນສະໄໝເທື່ອລະກ້າວ,ພັດທະນາບຸກຄະລາກອນ ເລັ່ງຍົກລະດັບວຸດທິການສຶກສາຂອງຄູ-ອາຈານ ເພື່ອສູ້ຊົນສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມໃນຍຸກປັດຈຸບັນ. ຂ່າວ-ພາບໂດຍ: ຂາວພອນ ມ້າວຄຳຜິວ
ອ່ານຕໍ່...ຄູອາຈານ 1 ທ່ານ ແລະ ນັກຮຽນ 4 ຄົນ ຂອງໂຮງຮຽນ ມ.ປາຍພອນສະຫວັນ ໃນນາມຕົວແທນຂອງແຂວງຈຳປາສັກໄດ້ເຂົ້າຮ່ວມໂຄງການຢ້ຽມຢາມ ແລະ ສຶກສາຮຽນຮູ້ບັນດາປູຊະນີຍະສະຖານທາງປະຫວັດສາດ ແລະ ວັດທະນະທຳ ຢູ່ແຂວງກວາງຈິ ສ.ສ. ຫວຽດນາມ
ໃນລະຫວ່າງວັນທີ 23–25 ມິຖຸນາ 2026, ຄູອາຈານ 1 ທ່ານ ແລະ ນັກຮຽນ 4 ຄົນ ຂອງໂຮງຮຽນ ມ.ປາຍພອນສະຫວັນ ໃນນາມຕົວແທນຂອງແຂວງຈຳປາສັກໄດ້ເຂົ້າຮ່ວມໂຄງການຢ້ຽມຢາມ ແລະ ສຶກສາຮຽນຮູ້ບັນດາປູຊະນີຍະສະຖານທາງປະຫວັດສາດ ແລະ ວັດທະນະທຳ ຢູ່ແຂວງກວາງຈິ ສ.ສ. ຫວຽດນາມ ການເຂົ້າຮ່ວມໃນຄັ້ງນີ້ ເຮັດໃຫ້ຄູ ແລະ ນັກຮຽນ ໄດ້ຮຽນຮູ້ປະຫວັດສາດການຕໍ່ສູ້ອັນກ້າຫານ, ຄຸນຄ່າທາງວັດທະນະທຳ ແລະ ມໍລະດົກອັນລ້ຳຄ່າຂອງປະຊາຊົນຫວຽດນາມ ພ້ອມທັງໄດ້ແລກປ່ຽນປະສົບການ, ເປີດກວ້າງວິໄສທັດ ແລະ ປູກຝັງຈິດສຳນຶກໃນການອະນຸລັກ ແລະ ສືບສານຄຸນຄ່າມໍລະດົກຂອງຊາດ. ພ້ອມກັນນັ້ນ, ກິດຈະກຳດັ່ງກ່າວຍັງເປັນຂົວເຊື່ອມສາຍພົວພັນມິດຕະພາບພິເສດ ແລະ ຄວາມຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ.ສ. ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ. ຄະນະຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮັບ ມາເຜີຍແຜ່ ແລະ ຖ່າຍທອດໃຫ້ແກ່ຄູ ແລະ ນັກຮຽນພາຍໃນໂຮງຮຽນ ເພື່ອສືບຕໍ່ປູກຝັງຈິດໃຈຮັກຊາດ ແລະ ຮັກສາສາຍພົວພັນອັນດີງາມລະຫວ່າງສອງປະເທດ. Trong thời gian từ ngày 23 đến ngày 25 tháng 6 năm 2026, 01 giáo viên và 04 học sinh của Trường THPT Năng khiếu Hữu nghị Champasak-Lâm Đồng, đại diện cho tỉnh Champasak, đã tham gia Chương trình tham quan và học tập tại các di tích lịch sử, văn hóa trên địa bàn tỉnh Quảng Trị, nước Cộng hòa xã hội chủ nghĩa Việt Nam. Thông qua chương trình, đoàn giáo viên và học sinh đã có cơ hội tìm hiểu về truyền thống đấu tranh anh dũng, những giá trị văn hóa và di sản quý báu của nhân dân Việt Nam; đồng thời giao lưu, học hỏi kinh nghiệm, mở rộng hiểu biết và nâng cao ý thức bảo tồn, phát huy các giá trị di sản dân tộc. Bên cạnh đó, chương trình còn góp phần tăng cường mối quan hệ hữu nghị đặc biệt và sự hợp tác tốt đẹp giữa nước Cộng hòa Dân chủ Nhân dân Lào và nước Cộng hòa xã hội chủ nghĩa Việt Nam ngày càng bền chặt. Đoàn sẽ tiếp tục phổ biến và chia sẻ những kiến thức, kinh nghiệm thu nhận được đến đội ngũ giáo viên và học sinh của nhà trường, góp phần giáo dục truyền thống yêu nước, đồng thời tiếp tục vun đắp và gìn giữ mối quan hệ hữu nghị tốt đẹp giữa hai nước Lào – Việt Nam.
ອ່ານຕໍ່...ໂຮງຮຽນ ມ.ປາຍ ພອນສະຫວັນ ໄດ້ ສົ່ງນັກຮຽນ ເຂົ້າແຂ່ງຂັນສິລະປະລະດັບແຂວງ ທີ່ ສູນການຄ້າ ແຟນຊິບມໍ ແລະ ໄດ້ຮັບລາງວັນ ຊະນະເລີດ 🥇
ໃນວັນທີ 27/5/2026 ໂຮງຮຽນ ມ.ປາຍ ພອນສະຫວັນ ໄດ້ ສົ່ງນັກຮຽນ ເຂົ້າແຂ່ງຂັນສິລະປະລະດັບແຂວງ ທີ່ ສູນການຄ້າ ແຟນຊິບມໍ ແລະ ໄດ້ຮັບລາງວັນ ຊະນະເລີດ 🥇 ຂໍສະແດງຄວາມຊົມເຊີຍ👏👏👏
ອ່ານຕໍ່...ວັນທີ 20 ພຶດສະພາ 2026 ໂຮງຮຽນ ມ.ປາຍ ພອນສະຫວັນ ໄດ້ຈັດກອງປະຊຸມ ຮັບເອົາ ສະມາຊິກສະຫະພັຮແມ່ຍິງ ໃຫມ່ ຢ່າງເປັນຂະບວນ ແລະ ມີຄວາມໝາຍ, ຄວາມສຳຄົນ.
ວັນທີ 20 ພຶດສະພາ 2026 ໂຮງຮຽນ ມ.ປາຍ ພອນສະຫວັນ ໄດ້ຈັດກອງປະຊຸມ ຮັບເອົາ ສະມາຊິກສະຫະພັຮແມ່ຍິງ ໃຫມ່ ຢ່າງເປັນຂະບວນ ແລະ ມີຄວາມໝາຍ, ຄວາມສຳຄົນ.
ອ່ານຕໍ່...