ລາຍລະອຽດຂ່າວ

ໂຮງຮຽນ ມປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ ປະກາດພະນັກງານ(ຄຸ້ມຄອງ-ນຳພາ)ອອກພັກການ-ຮັບອຸດໜູນບໍານານ ພ້ອມແຕ່ງຕັ້ງວ່າການແທນຜູ້ບໍລິຫານໃໝ່.

31 ກໍລະກົດ 2026

news image

ໃນວັນທີ 1 ກໍລະກົດ 2026 ນີ້, ໂຮງຮຽນ ມປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ (ມປພ) ໄດ້ຈັດພິທີປະກາດພະນັກງານການນຳ(ຄຸ້ມຄອງ-ນຳພາ)ອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງຕຳແໜ່ງວ່າການແທນຜູ້ລິຫານໃໝ່ຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ, ມີຫົວໜ້າສຶກສາທິການ ແລະ ກິລານະຄອນປາກເຊ, ຄະນະອຳນວຍການໂຮງຮຽນອ້ອມຂ້າງ, ສະມາຄົມພໍ່ແມ່ນັກຮຽນ, ການຈັດຕັ້ງໂຮງຮຽນພາກສ່ວນເອກະຊົນ ພ້ອມດ້ວຍຄູ-ອາຈານ ແລະ ຄອບຄົວເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີໄດ້ຜ່ານດຳລັດ ແລະ ຂໍ້ຕົກລົງຕ່າງໆ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນອອກຮັບອຸດໜູນບຳນານ ຕາມລະບຽບການຂອງ ສປປ ລາວ ເຊິ່ງມີຜົນສັກສິດຕັ້ງແຕ່ວັນທີ 1 ກໍລະກົດ 2026 ເປັນຕົ້ນໄປ ຈຳນວນ 4 ທ່ານ (ຍິງ 2 ທ່ານ) ຄື:ທ່ານ ຫົງຄຳ ອຸໄທວົງ (ອາຍຸ 60 ປີ): ຕຳແໜ່ງ ຜູ້ອຳນວຍການ (ອາຍຸການ 44 ປີ, ເປີເຊັນບຳນານ 85%),ທ່ານ ນາງ ໜູຝິ່ນ ເຜົ່າສີພັນດອນ (ອາຍຸ 61 ປີ): ຕຳແໜ່ງ ຮອງຜູ້ອຳນວຍການ (ອາຍຸການ 41 ປີ, ເປີເຊັນບຳນານ 85%),ທ່ານ ແສງອາລຸນ ແສງດີຍະວົງ (ອາຍຸ 61 ປີ): ຕຳແໜ່ງ ຫົວໜ້າໜ່ວຍງານໄອຊີທີ (ອາຍຸການ 30 ປີ, ເປີເຊັນບຳນານ 75%),ທ່ານ ນາງ ຈັນເພັງ ວົງສະຫວັດ (ອາຍຸ 58 ປີ): ຕຳແໜ່ງ ຫົວໜ້າໜ່ວຍງານຄຸ້ມຄອງນັກຮຽນ (ອາຍຸການ 35 ປີ, ເປີເຊັນບຳນານ 80%) ໂອກາດນີ້, ທັງ 4 ທ່ານ ໄດ້ຮັບກຽດເຂົ້າຮັບວັດຖຸປັດໄຈ ແລະ ໃບຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ ເພື່ອຈົດຈຳ ແລະ ສັນລະເສີນຄຸນງາມຄວາມດີ ທີ່ໄດ້ທຸ່ມເທສະຕິປັນຍາ, ຄວາມຮູ້ ຄວາມສາມາດ ເຂົ້າໃນພາລະກິດພັດທະນາການສຶກສາ ແລະ ກິລາ ຕະຫຼອດໄລຍະການປະຕິບັດໜ້າທີ່. ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມເປັນເອກະພາບໃນການບໍລິຫານງານ, ພິທີໄດ້ປະກາດແຕ່ງຕັ້ງ ທ່ານ ເກດ ແສງດາວ ຮອງຜູ້ອຳນວຍການໂຮງຮຽນ ຂຶ້ນດຳລົງຕຳແໜ່ງເປັນວ່າການແທນຜູ້ອຳນວຍການໂຮງຮຽນ ມປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ ເພື່ອນຳພາ-ຊີ້ນຳວຽກງານການຮຽນ-ການສອນສືບຕໍ່ໄປ. ໃນຕອນທ້າຍ, ທ່ານ ວຽງນະຄອນ ບົວລະພັນ ໄດ້ໃຫ້ກຽດໂອລົມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ອະວຸໂສ ທີ່ໄດ້ເຮັດຫຼ້ອນໜ້າທີ່ຢ່າງຈົງຮັກພັກດີ ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານຊຸດໃໝ່ ຍຶດໝັ້ນທິດນຳຂອງ ພັກ-ລັດ ດັ່ງນີ້: ຮັກສາມູນເຊື້ອ ແລະ ເປັນແບບຢ່າງສືບສານແບບແຜນວິທີເຮັດວຽກອັນດີງາມ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເຮັດວຽກຢ່າງມີວິທະຍາສາດ ແລະ ມີແຜນການລະອຽດ,ປະຕິຮູບສູ່ລະບົບດິຈິຕອນ ເອົາໃຈໃສ່ປັບປຸງລະບົບການສຶກສາ ໂດຍຫັນເຂົ້າສູ່ລະບົບເທັກໂນໂລຊີ (IT) ໃຫ້ທັນສະໄໝເທື່ອລະກ້າວ,ພັດທະນາບຸກຄະລາກອນ ເລັ່ງຍົກລະດັບວຸດທິການສຶກສາຂອງຄູ-ອາຈານ ເພື່ອສູ້ຊົນສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມໃນຍຸກປັດຈຸບັນ. ຂ່າວ-ພາບໂດຍ: ຂາວພອນ ມ້າວຄຳຜິວ

← ກັບຄືນ