ລາຍລະອຽດຂ່າວ
ພິທີມອບຂອງຂວັນໃຫ້ແກ່ນ້ອງນັກຮຽນເກັ່ງຂອງໂຮງຮຽນ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນທີ່ມີຜົນການສອບເສັງປະຈໍາພາກຮຽນທີ 1
12 ພຶດສະພາ 2026
ໃນຕອນເຊົ້າວັນທີ 26 ມັງກອນ 2026 ທີ່ໂຮງຮຽນ ມ.ປາຍພອນສະຫວັນ ໄດ້ມີພິທີມອບຂອງຂວັນໃຫ້ແກ່ນ້ອງນັກຮຽນເກັ່ງຂອງໂຮງຮຽນ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນທີ່ມີຜົນການສອບເສັງປະຈໍາພາກຮຽນທີ 1 ສົກຮຽນ 2025-2026 ທີ່ເສັງໄດ້ອັນດັບທີ 1, ອັນດັບທີ 2 ແລະ ອັນດັບທີ 3 ເຊິ່ງໃນພິທີດັ່ງກ່າວໃຫ້ກຽດມອບຂອງຂວັນໂດຍທ່ານ ຄະນະຜູ້ອໍານວຍການໂຮງຮຽນມ.ປາຍພອນສະຫວັນ. ຊົມເຊີຍນ້ອງນັກຮຽນທຸກຄົນ